
ຖ້າຈະຖາມກັນວ່າ ເປັນຫຍັງຄົນຈິ່ງຫຼົງໄຫຼ ທຸລະກິດເຄືອຂ່າຍ ? ແນ່ນອນວ່າຕ້ອງມີຫຼາຍຄຳຕອບທີ່ແຕກຕ່າງກັນໄປ ບາງຄົນອາດວ່າເພາະ ສາມາດໃຫ້ລາຍຮັບເຮົາຫຼາຍຈາກການເຮັດພຽງນ້ອຍດຽວ, ເພາະວ່າຍາກໄດ້ລົດງາມ, ຍາກໄດ້ເຮືອນ, ຍາກທ່ອງທ່ຽວຮອບໂລກ, ບໍ່ຍາກເປັນລູກນ້ອງຜູ້ໃດ, ຍາກເຮັດທຸລະກິດ, ຍາກປະສົບຄວາມສຳເລັດໃນຊີວິດເໝືອນດັ່ງຄົນອື່ນເປັນ, ຍາກມີອິດສະຫຼະດັ່ງກຸ່ມນັກທຸລະກິດເຄືອຂ່າຍເຂົາລືກັນ, ແລະ ອື່ນໆ ອື່ນອີກ.
ໂຣເບີດ ກິໂຢະຊາກິ ໄດ້ກ່າວໄວ້ໃນໜັງສືເຫຼັ້ນໜຶ່ງວ່າ ແຫຼ່ງທີ່ມາຂອງລາຍຮັບເຮົາ ມີຢູ່ 4 ຊ່ອງທາງ.
1, ລູກຈ້າງ ອາດຈະເປັນພະນັກເອກະຊົນ, ລັດທະກອນ ທະຫານ, ຕຳຫຼວດ, ຂ້າລະຊະການ ຕ່າງໆ
2, ເຈົ້າຂອງກິດຈະການ, ອາດຈະເປັນຮ້ານອາຫານ, ຮ້ານເຟີ ແລະ ອື່ນໆ
3, ເຈົ້າຂອງທຸລະກິດຂະໜາດໃຫຍ່ ທີ່ມີລະບົບເຮັດວຽກຢ່າງຊັດເຈນ
4, ນັກລົງທຶນ ທີ່ມີເງິນເຫຼືອກະເປົາ
ແລະທ່ານຍັງໄດ້ກ່ວາອີກຕື່ມວ່າ ຖ້າຢາກລວຍຕ້ອງເຮັດທຸລະກິດ
ເຮັດແນວໃດລະ ຫາກໍ່ໄດ້ຍິນວ່າທຸລະກິດ ມັນຕ້ອງໄດ້ໃຊ້ທຶນຫລາຍແມ່ນບໍ່
ປະຈຸບັນມີທຸລະກິດໜຶ່ງເກີດຂື້ນໃນໂລກ ແລະ ສ້າງເສດຖີ່ມາແລ້ວ 20/100 ແລະ ກ່ຳລັງເປັນທຸລະກິດທີ່ຈັບຕາເບິ່ງ ເພາະເປັນທຸລະກິດ ທີ່ໄດ້ຮັບການຢືນຢັນແລ້ວ ວ່າ ເປັນທຸລະກິດ ທີ່ລົງທຶນນ້ອຍທີ່ສຸດ ແລະ ບໍ່ມີຄວາມສ່ຽງ ຟັງແລ້ວເຂົ້າທ່າແມ່ນບໍ່ ນັ້ນກໍ່ຄືທຸລະກິດເຄືອຂ່າຍ