ຮ້ານຕົວແທນຈຳໜ່າຍສິນຄ້າ ທຽນຊື່ ປະຈຳ ຫຼວງພຣະບາງ
Tuesday, November 8, 2011
ບໍລິສັດແມ່ ລົງທຶນກ່ວາ 39.000 ຕື້ກີບ
1. ອະຫັງການ ບໍລິສັດແມ່ ລົງທຶນກ່ວາ 39.000 ຕື້ກີບ ໃຫຍ່ທີ່ສຸດໃນໂລກທຸລະກິດເຄືອຄ່າຍ ແລະ ຂະຫຍາຍຕະຫຼາດໄດ້ໄວທີ່ສຸດໃນໂລກ ມີສູນຈຳໜ່າຍສິນຄ້າ ກ່ວາ 200 ປະເທດ, ມີສາຂາທີ່ເປີດຕົວຢ່າງເປັນທາງການ 110 ປະເທດ
ທ່ານປະທານ ຫຼີຈິນຍວນ ໄດ້ກໍ່ຕັ້ງ ກຸ່ມບໍລິສັດ ທຽນຊື່ ທີ່ ທຽນຈິນ (ປະເທດຈີນ) ຈຳກັດ ໃນປີ ພສ 1995 (ເອີ້ນຫຍໍ້ໆວ່າ ກຸ່ມບໍລິສັດທຽນຊື່) ແລະ ເລີ່ມບຸກເບີກຕະຫຼາດຕ່າງປະເທດຕັ້ງແຕ່ ປີ 1998 ຕໍ່ມາໃນເດືອນ ກັນຍາ ປີ 2003 ຫຼັງຈາກກຸ່ມບໍລິສັດທຽນຊື່ ໄດ້ມີການປັບໂຄງສ້າງຖານະເງິນທຶນ ແລະ ສະສາງເງິນທຶນຮຽນຮ້ອຍແລ້ວ ໄດ້ເຂົ້າສູ່ຕະຫຼາດຫຼັກຊັບ NASDAQ ປະເທດອາເມລິກາ ເພື່ອລະດົມທຶນ ຫຼັງຈາກນັ້ນ ໃນເດືອນ ເມສາ 2005 ທາງບໍລິສັດໄດ້ເລີ່ມ ເຂົ້າສູ່ຕະຫຼາດ AMEX ຢ່າງເປັນທາງການ ເຊິ່ງ AMEX ຖືເປັນກະດານການຊື້ຂາຍຫຼັກຊັບຫຼັກ ຂອງປະເທດສະຫະລັດອາເມລິກາ ປະຈຸບັນນີ້ ກຸ່່ມບໍລິສັດທຽນຊື່ໄດ້ພັດທະນາຕົວເອງຂື້ນເປັນ ບໍລິສັດຂ້າມຊາດ ເຊິ່ງມີທຸລະກິດທີ່ຫຼາກຫຼາຍ ລວມເຖິງທຸລະກິດຄ້າປີກ, ການທ່ອງທ່ຽວ, ການເງິນ, ການຄ້າລະຫວ່າງປະເທດ ແລະ ການຄ້າເຊີງອີເລັກໂທຣນິກໂດຍມີທຶນ ບໍລິຫານງານທັ້ງທີ່ເປັນທຶນຊັບສິນຂອງອົງກອນ, ທຶນການຄ້າ ແລະ ທຶນການເງິນລວມຢູ່ໃນໂຄງສ້າງ ຂອງບໍລິສັດຢ່າງເຕັມຮູບແບບ ທຸລະກິດຂອງກຸ່ມບໍລິສັດ ທຽນຊື່ ໄດ້ແຜ່ຂະຫຍາຍໄປເຖິງ 200 ກ່ວາປະເທດໃນທົ່ວໂລກ ແລະ ມີສາຂາຍ່ອຍທີ່ເປີດຢ່າງເປັນທາງການແລ້ວ 110 ປະເທດ ແລະ ໄດ້ສ້າງເຄືອ ຂ່າຍຄວາມຮ່ວມມືທາງທຸລະກິດເຊີງຢຸດຖະສາດ ກັບຜູ້ປະກອບການຊັ້ນນຳກ່່ວາ 20 ປະເທດທົ່ວໂລກ ກຸ່ມບໍລິສັດທຽນຊື່ ຕັ້ງໜ້າປະດິດຄິດຄົ້ນຜະລິດຕະພັນເສີມອາຫານເພື່ອສຸຂະພາບ ອາຫານບຳລຸງສຸຂະພາບ ເຄື່ອງສຳອາງບຳລຸງ ແລະ ຖະໜອມຜິວ ຜະລິດຕະພັນເຄື່ອງໃຊ້ໃນຄົວເຮືອນ ໂດຍມີວິໄສທັັດ ເພື່ອອຳນວຍຄວາມສະດວກໃນດ້ານບໍລິໂພກ ສົ່ງມອບບໍລິການໃຫ້ກັບ 16 ລ້ານຄອບຄົວທົ່ວໂລກ ແລະ ເສີມສ້າງຄຸນນະພາບຊີວິດໃຫ້ກັບຜູ້ບໍລິໂພກທຸກກຸ່ມ ສ້າງສັນສັງຄົມທີ່ແຂງແຮງ ພູນສຸກ ງົດງາມ ແລະ ພຽງພໍຕໍ່ຄວາມຕ້ອງການ
ກຸ່ມບໍລິສັດ ທຽນຊື່ ຍຶດໝັ້ນໃນຫຼັກການ ໄດ້ຮັບຈາກສັງຄົມ ກໍ່ຕ້ອງຄືນກຳໄລ ບໍລິການສັງຄົມ ໂດຍໄດ້ທຸ່ມເທກ່ຳລັງກາຍ ກ່ຳລັງໃຈໃນການສະແດງຄວາມຮັບຜິດຊອບຕໍ່ສັງຄົມຈົນເຖິງປະຈຸບັນ ກຸ່ມບໍລິສັດ ທຽນຊື່ ໄດ້ບໍລິຈາກເງິນສົມທົບເພື່ອການກຸສົນໄປແລ້ວ ກ່ວາ 1300 ລ້ານຢວນ (RMB) ໂດຍທີມງານ ແລະ ບຸກຄະລາກອນທີ່ມີຄຸນນະພາບ ເນັ້ນບໍລິການ ເພື່ອຜູ້ບໍລິໂພກ ໃນທ້ອງຖິ່ນ ເຂົ້າຄຸກຄີກັບ ວັດທະນະທຳທ້ອງຖິ່ນ ແລະ ສ້າງລະບົບບໍລິຫານງານຢ່າງມີແບບແຜນ ເຮັດໃຫ້ເປົ້າໝາຍການບໍລິຫານງານ ຂອງກຸ່ມບໍລິສັດ ທຽນຊື່ ໄດ້ບັນລຸຈຸດໝາຍແລ້ວຈຸດໝາຍເລົ່າ ເຊິ່ງກຸ່ມບໍລິສັດ ທຽນຊື່ ມີທີມງານຄຸນນະພາບທີ່ມຸ່ງໝັ້ນຮຽນຮູ້ພັດທະນາຕົນເອງຢ່າງບໍຢຸດຢັ້ງ ມຸ່ງສ້າງສັນວັດຕະກຳໃໝ່ໆ ແລະ ມີຄວາມອ່ອນນ້ອມຖ່ອມຕົນ ມີຄວາມເປັນມືອາຊີບໃນລະດັບສາກົນ ແລະ ຢາກທີ່ຈະເອົາຊະນະໄດ້ ກຸ່ມບໍລິສັດ ທຽນຊື່ ມີນັກບໍລິຫານມືອາຊີບໃນທີມ ກ່ວາ 5000 ຄົນກະຈາຍຢູ່ທົ່ວທຸກມູງໂລກ ໂດຍລູກຈ້າງຂອງ ກຸ່ມບໍລິສັດ ທຽນຊື່ ກ່ວາ 35% ມີວຸດທິການສຶກສາ ໃນລະດັບ ປະລິນຍາໂທຂື້ນໄປ.
ປະຈຸບັນນີ້ ກຸ່ມບໍລິສັດ ທຽນຊື່ໄດ້ໃຊ້ຫຼັກການບໍລິຫານແບບ 6 ໂຄຈອນເກື້ອໜູນເຊິ່ງກັນແລະກັນ ແລະ ວົງໂຄຈອນການສະຫຼັບປ່ຽນໃໝ່ ໃນການບໍລິຫານງານ ເພື່ອພັດທະນາອົງກອນໃຫ້ເປັນໜຶ່ງ ແລະ ສົມບູນແບບ ດ້ວຍຫຼັກປະກັນທາງວິຊາການ ຈິ່ງເຮັດໃຫ້ ກຸ່ມບໍລິສັດ ທຽນຊື່ ກ້າວຂື້ນເປັນໜຶ່ງໃນ 500 ຜູ້ປະກອບການທີ່ແຂ່ງແກ່ງທີ່ສຸດໃນໂລກ.
ເປົ້າໝາຍຂອງ ກຸ່ມບໍລິສັດ ທຽນຊື່ ຄື: ພັດທະນາຂື້ນເປັນອົງການຊັ້ນແນວໜ້າດ້ານທຸລະກິດຂາຍຕົງລະດັບໂລກ. ພາລະກິດ ຂອງເຮົາຄື: ສົ່ງມອບຜະລິດຕະພັນ ທີ່ມີຄຸນນະພາບສູງສຸດໃຫ້ກັບຜູ້ບໍລິໂພກທົ່ວໂລກ ສ້າງໂອກາດດ້ານການສຶກສາ ແລະ ສ້າງອາຊີບຍົກລະດັບຄຸນນະພາບຊີວິດ ສ້າງສັນສັງຄົມໃຫ້ໜ້າຢູ່ ແລະ ມຸ່ງສູ່ມາດຕະຖານສາກົນ. ວິໄສທັດໃນການບໍລິຫານງານ: ສ້າງສັນຄວາມແຂງແຮງດ້ານສຸຂະພາບໃຫ້ມະນຸດ ມຸ່ງໜ້າບໍລິການສັງຄົມ.
ວັດທະນະທຳອົງກອນ: ສ້າງທຸລະກິດເພື່ອປະເທດຊາດ ມຸ່ງໝັ້ນຕໍ່ຍອດ ສາມັກຄີກົມກຽວ ເສຍສະຫຼະເພື່ອສ່ວນລວມ.
ນະໂຍບາຍ ຄຸນນະພາບ: ມຸ່ງໝັ້ນສ້າງສຸຂະພາບອົງກອນໃຫ້ແຂງແຮງ ຕາມແນວທາງ ສ້າງວັດຕະກຳໃໝ່ແຫ່ງເຕັກໂນໂລຢີ ມຸ່ງໝັ້ນປັບປຸງຕົນເອງໃຫ້ສົມບູນແບບ ເພື່ອສ້າງຄວາມພຶງພໍໃຈຂອງລູກຄ້າຢ່າງເຕັມທີ
ຫຼັກການບໍລິຫານອົງກອນ: ຮູ້ຕົນ ເຂົ້າເຖິງຕົ້ນເຫດ ເຂົ້າໃຈ ແລະ ໃຫ້ຄວາມສຳຄັນຕໍ່ບຸກຄະລາກອນ.
Subscribe to:
Post Comments (Atom)
Well, I like it so much.
ReplyDelete